2/17/17

ບົດບັນທຶກການພົວພັນຮ່ວມມືດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລ ກິ້ວລ່ອງ (ສສ ຫວຽດນາມ) ແລະ ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ (ສປປ ລາວ)


ປະຫວັດຄວາມເປັນມາຂອງ ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ

     ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ ມີຊື່ຫຍໍ້ວ່າ ວິທະຍາໄລ HTC ຫຼື ອີກຊື່ໜຶ່ງ ຊຶ່ງເປັນທີ່ຮູ້ຈັກກັນຢ່າງ ກວ້າງຂວາງໃນສັງຄົມໄດ້ແກ່ ວິທະຍາໄລຫົວສຽວ ໄດ້ຮັບການອະນຸມັດສ້າງຕັ້ງຂຶ້ນ ໃນວັນທີ 10 ກັນຍາ 2012 ເປັນສະຖານບັນການສຶກສາຊັ້ນສູງຂຶ້ນກັບ ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ເພື່ອມີວັດຖຸປະສົງ ເພື່ອມີຂະຫຍາຍໂອກາດທາງການສຶກສາ ວິຊາຊີບ ຢ່າງກວ່າງ ຂວາງແກ່ທຸກຊົນຊັ້ນ ເພື່ອຜະລິດຊ່າງສີມື ຊ່າງເຕັກນິກ ແລະ ການໃຫ້ບໍລິຫານທຸລະກິດໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ.
     ວິທະຍາໄລນີ້ໄດ້ສ້າງຕັ້ງຂຶ້ນເທິງເນື້ອທີ່ ເກືອບ 2 ເຮັກຕາ ທີ່ ບ້ານ ໂພນສະອາດ ເມືອງ ປາກເຊ ແຂວງ ຈຳປາສັກ ສະພາບໂດຍຮອບຂອງ ວິທະຍາໄລ ແມ່ນຊຸມຊົນຫ່າງຈາກຈຸດໃຈກາງຂອງຕົວເມືອງ 2 ກິໂລແມັດ.
   ໃນເບື້ອງຕົ້ນສະໂານທີ່ແຫ່ງນີ້ເປັນກຳມະສິດຂອງສະມາຄົມຈີນປາກເຊ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1960 ເພື່ອເປັນສະຖານການສຶກສາພາສາຈີນ. ໃນປີ 1970 ທາງສະມາຄົມໄດ້ມອບໃຫ້ລັດຖະບານນຳໃຊ້ເປັນ ມັດທະຍົມຕອນຕົ້ນສາລະວັນ. ມາຮອດປີ 1975 ໄດ້ກາຍມາເປັນຊັບສົມບັດຂອງສະມາຄົມຈີນປາກເຊ ຄືນໂດຍໄດ້ ໃຫ້ທິດຊີ້ນຳວ່າຕ້ອງສ້າງສາສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖານບັນວິຊາຊີບເພື່ອພັດທະນາບຸກຄະລະກອນອອກຮັບໃຊ້ ສັງຄົມໃນຕໍ່ໜ້າ.
      ເພື່ອເຮັດໃຫ້ເປົ້າໝາຍໃນການນຳໃຊ້ສະຖານທີ່ໃຫ້ສອດຄ່ອງກັບທິດຊີ້ນຳຂອງລັດຖະບານສະມາຄົມຈີນຈຶ່ງໄດ້ເປີດ ກອງປະຊຸມ ແລະ ໄດ້ຕົກລົງເຫັນດີມອບໃຫ້ ນັກທຸລະກິດເຊື້ອສາຍາຈີນ ເຊິ່ງແມ່ນ ທ່ານ ສຸພາສັນ ຕັ້ງຈິດວິສຸດ ເປັນຜູ້ປັບປຸງບູລະນະເພື່ອເຮັດໃຫ້ແນວໃດສະຖານທີ່ແຫ່ງນີ້ຕອບສະໜອງໄດ້ຕາມທິດຊີ້ນຳຂອງຂັ້ນເທິງ. ອາຄານ ແລະ ສິ່ງສາທາລະນຸປະໂພກຕ່າງໆເກືອບທັງໝົດແມ່ນຢູ່ໃນສະພາບເກົ່າແກ່ຊຸດໂຊມຜູ້ປະກອບການຕ້ອງໄດ້ປັບປຸງ ສ້ອມແປງ ແລະ ສ້າງຕື່ມລວມທັງອາຄານ 5 ຊັ້ນຫຼັງໃໝ່ຊຶ່ງຕັ້ງເດັ່ນເປັນສະຫງ່າເປັນໃບໜ້າໃໝ່ ແລະ ເປັນເອກະລັກເທິງເດີ່ນຫຍ້າສີຂຽວລຽນລ້ອມໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ນາໆຊະນິດ. ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ ໄດ້ຮັບການອະນຸຍາດ້າງຕັ້ງໃນວັນທີ 10 ກັນຍາ 2012 ແລະ ໄດ້ ທຳການເປີດສອນໃນລະບົບຊັ້ນສູງສາມປີ ໃນສາມສາຂາວິຊາຊື : ເຕັກໂນໂລຢີຄອມພິວເຕີ, ບັນຊີວິສາຫະກິດ ແລະ ບໍລິຫານທຸລະກິດ.

ຂໍ້ຕົກລົງ ລອງລັດຖະມົນຕີ ວ່າດ້ວຍການອອກໃບປະກາສະນິຍະບັດ ແລະ ຂຶ້ນທະບຽນໃຫ້ນັກສຶກສາ

ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ
ໄດ້ຂຶ້ນທະບຽນ ໃບປະກາຊະນິຍະບັດຈາກ ກະຊວງສຶກສາທິການ ແລະ ກິລາ ເຊິ່ງລາຍຊື່ນັກສຶກສາທີ່ຮຽນຈົບແລ້ວຈະ ຂຶ້ນທະບຽນ ແລະ ໝາຍເລກທີ ດຳລັດນຳໃບປະກາສະນິຍະບັດທີ່ ກະຊວງສຶກສາທິການ ແລະ ກິລາ ເຊິ່ງໃບປະກາສະນິຍະບັດນີ້ ໄດ້ການຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ ເຊິ່ງມີກາ ຈ້ຳດິບຈາກ ກະຊວງສຶກສາທິການ ແລະ ກິລາ ແລະ ກາຈາກ ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ

2/15/17

ສາຍການຮຽນ ບໍລິຫານທຸລະກິດ

ສາຍບໍລິຫານທຸລະກິດ

ສາຍການຮຽນ ບັນຊີ

ສາຍການບັນຊີ

ສາຍການຮຽນ ໄອທີທຸລະກິດ

ສາຍໄອທີທຸລະກິດ

ຄະແນນນັກສຶກສາ ປະຈຳສົກປີ 2016-2017

ສາຍໄອທີ ປະຈຳສົກປີ 2017-2018
ຫ້ອງ 1/1 IT ທຸລະກິດ
ຫ້ອງ 1/1 IT ທຸລະກິດ
ຫ້ອງ 2/1 IT ທຸລະກິດ






ຫ້ອງ 1/1 ການບັນຊີ
ຫ້ອງ 2/1 ການບັນຊີ
ຫ້ອງ 3/1 ການບັນຊີ
ຫ້ອງ 3/2 ການບັນຊີ

ນັກສຶກສາ

ວິທະຍາໄລ ເຕັົກໂນໂລຢີຫົວສຽວ ຈຳປາສັກ ແບ່ງອອກເປັນສາມສາຂາຄື

ສາຂາບັນຊີ
ສາຂາໄອທີ
ສາຂາບໍລິຫານທຸລະກິດ